User:Kimmie023

From Meta, a Wikimedia project coordination wiki
ກ່ອງຂໍ້ມູນ
This user has an account and contributes to translatewiki.net.
The time of this user now is: 2024-04-21 00:23 UTC+7
User language
lo-N ຜູ້ໃຊ້ນີ້ມີຄວາມຮູ້ພາສາລາວເທົ່າກັບພາສາແມ່.
th-4 ผู้ใช้คนนี้สามารถใช้ภาษาไทยได้เหมือนภาษาแม่
en-3 This user has advanced knowledge of English.
fr-3 Cet utilisateur dispose de connaissances avancées en français.
vi-3 Người dùng này biết tiếng Việt với trình độ tốt.
ja-1 この利用者は初級日本語ができます。
Users by language

ສະບາຍດີ ຂ້ອຍຊື່ ກິມມີ້ ເດີ້!

ຂ້ອຍເປັນຄົນລາວພ້ອມທີ່ຈະນຳປັບປຸງແກ້ໄຂໃນວິກີພີເດຍພາສາລາວໃຫ້ໄດ້ມາດຕະຖານຢ່າງສຸດຄວາມສາມາດ ເຖິງວ່າຂ້ອຍຈະບໍ່ແມ່ນຜູ້ດູແລລະບົບກໍຕາມ ແລະ ໃນອະນາຄົດຂ້ອຍຈະເຂົ້າສະເໜີຊື່ໃຫ້ເປັນຜູ້ດູແລລະບົບ

ປະຫວັດ[edit]

  • ຊື່ໃນວິກິພີເດຍ = Kimmie023 (ກິມມີ້)​
  • ວັນເກີດ = ໒໓ ກັນຍາ ໒໕໕໐
  • ເກີດທີ່ = ນະຄອນພະນົມ ປະເທດໄທ
  • ວັນທີ່ເລີ່ມຂຽນ = ໐໒ ກັນຍາ ໒໕໕໖
  • ໂຮງຮຽນ = THK High School

ສິ່ງທີ່ຕ້ອງຊ່ວຍກັນດັດແກ້ໃນວິກິພີເດຍພາສາລາວ [edit]

ການໃຊ້ພາສາ[edit]

ໃນ ສປປ ລາວ ນັ້ນ ຍັງບໍ່ມີອົງກອນຄວບຄຸມກ່ຽວກັບການໃຊ້ພາສາລາວທີ່ຖືກຕ້ອງ ເຮັດໃຫ້ການສະກົດຄຳບໍ່ຄືໃນວັດຈະນານຸກົມ ເຮົາຈຶ່ງຄວນກຳໜົດມາດຕະຖານໃນວິກິພີເດຍ ເຊັ່ນ:

  • ຊ່ວຍກັນດັດແກ້ບົດຄວາມທີ່ໃຊ້ພາສາບໍ່ຖືກຕ້ອງ
  • ສ້າງມາດຕະຖານໃນການສະກົດຄຳສະເພາະວິກິພີເດຍ
  • ສ້າງມາດຕະຖານໃນການສະກົດຄຳພາສາຕ່າງປະເທດ ຢ່າໃຫ້ມີຄວາມກຳກວມ(ບໍ່ຊັດເຈນ)
  • ການຕັ້ງຊື່ບົດຄວາມໃນວິກິພີເດຍພາສາລາວນັ້ນຕ້ອງເຮັດໃຫ້ເປັນພາສາລາວ ບໍ່ແມ່ນພາສາອັງກິດ(ຖ້າຫາກວ່າຊອກຊື່ພາສາລາວບໍ່ໄດ້ແທ້ໆ ໃຫ້ໃຊ້ພາສາອັງກິດໄດ້)

ການກໍ່ກວນ[edit]

ໃນບາງເວລາມີຜູ້ຄິດຮ້າຍຕໍ່ວິກິພີເດຍພາສາລາວແຫ່ງນີ້ ຕ້ອງການກໍ່ກວນໂດຍໃຊ້ສະແປມ(spam) ເຮັດໃຫ້ມີຜູ້ໃຊ້ທີ່ເຂົ້າມາແລ້ວບໍ່ເຮັດປະໂຫຍດໃດໆ ເຂົານັ້ນເຂົ້າມາກໍ່ກ່ວນ ໂດຍລົບຂໍ້ມູນເຮັດໃຫ້ຂໍ້ມູນບໍ່ແມ່ນຄວາມຈິງ ຈຶ່ງຄວນມີມາດຕະການ(ລະບຽບ) ດັ່ງນີ້:

  • ມີການກີດກັນ(block)ຜູ້ທີ່ມາກໍ່ກວນ
  • ກວດສອບຄວາມຖືກຕ້ອງຂອງຂໍ້ມູນວ່າຖືກຕ້ອງຫຼືບໍ່​​